ກົມພັດທະນາການບໍລິຫານລັດ ກະຊວງພາຍໃນ ຊຸກຍູ້ວຽກງານການກຳນົດຕຳແໜ່ງງານ ຢູ່ແຂວງ ໄຊຍະບູລີ

ກົມພັດທະນາການບໍລິຫານລັດ ກະຊວງພາຍໃນ ຕິດຕາມຊຸກຍູ້ ວຽກງານການກຳນົດຕຳແໜ່ງງານ ຢູ່ແຂວງ ໄຊຍະບູລີ ນໍາໂດຍທ່ານທ່ານ ກູຢ່າງ ຈືປໍ ຮອງຫົວໜ້າກົມພັດທະນາການບໍລິຫານລັດ ກະຊວງພາຍໃນ, ໃນໂອກາດນີ້ ໄດ້ຈັດກອງປະຊຸມຊຸກຍູ້ວຽກງານດັ່ງກ່າວຂຶ້ນໃນວັນທີ 5 ສິງຫາ 2020 ໂດຍການເປັນປະທານຮ່ວມ ຂອງທ່ານ ຄຳສີ ແພງສະຫວັນ ຫົວໜ້າພະແນກພາຍໃນແຂວງ ແລະ ທ່ານ ກູຢ່າງ ຈືປໍ ຮອງຫົວໜ້າກົມພັດທະນາການບໍລິຫານລັດ ກະຊວງພາຍໃນ, ມີຫົວໜ້າ, ຮອງຫົວໜ້າພະແນກການ, ອົງການທຽບເທົ່າຂັ້ນແຂວງ, ຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຄຳສີ ແພງສະຫວັນ ຫົວໜ້າພະແນກພາຍໃນແຂວງ ໄດ້ລາຍງານສະພາບກ່ຽວກັບການປັບປຸງກົງຈັກການຈັດຕັ້ງ ແລະ ກຳນົດຕຳແໜ່ງງານ ຢູ່ແຂວງ ໄຊຍະບູລີ ໃນໄລຍະຜ່ານມາ ເຊິ່ງພະແນກພາຍໃນແຂວງ ແລະ ຫ້ອງການພາຍໃນ 11 ເມືອງທົ່ວແຂວງ ໄດ້ເອົາໃຈໃສ່ ແລະ ເປັນເຈົ້າການ ໃນການລົງຕິດຕາມ, ຊຸກຍູ້ ແລະ ໃຫ້ການແນະນໍາກ່ຽວກັບການຂຽນຕໍາແໜ່ງງານ ໃຫ້ບັນດາພະແນກການ-ອົງການລັດທຽບເທົ່າພະແນກການ ແລະ ບັນດາຫ້ອງການ-ອົງການລັດທຽບເທົ່າຫ້ອງການຂັ້ນເມືອງ, ຊຶ່ງໄດ້ເອກະພາບກັນທາງດ້ານຫຼັກການ ແລະ ວິທີການ ໂດຍປະຕິບັດຕາມ 5 ບາດກ້າວ ທີ່ໄດ້ກຳນົດໃນບົດແນະນຳ ສະບັບເລກທີ 0472/ຫສນຍ. ປັດຈຸບັນ ພະແນກພາຍໃນແຂວງ ໄດ້ຊຸກຍູ້ ແລະ ນຳພາຂຽນຕຳແໜ່ງງານ ຂັ້ນແຂວງ ແລະ ຂັ້ນເມືອງສໍາເລັດຂັ້ນພື້ນຖານລວມທັງໝົດ 310 ພາກສ່ວນ ໃນນັ້ນໄດ້ມີການຮັບຮອງຈາກກະຊວງພາຍໃນແລ້ວ 05 ພາກສ່ວນ ແລະ ແນະນຳໃຫ້ປັບປຸງຄືນ 151 ພາກສ່ວນ, ພວມສຸມໃສ່ການຂຽນ 159 ພາກສ່ວນ. ວັນທີ 06 ສິງຫາ 2020 ຮອງຫົວໜ້າກົມພັດທະນາການບໍລິຫານລັດ ກະຊວງພາຍໃນ ພ້ອມດ້ວຍຄະນະ ຍັງໄດ້ລົງຊຸກຍູ້ກ່ຽວກັບວຽກງານການປັບປຸງກົງຈັກການຈັດຕັ້ງ ແລະ ກຳນົດຕຳ ແໜ່ງງານ ຢູ່ເມືອງພຽງ ແຂວງ ໄຊຍະບູລີ ໂດຍການຕ້ອນຮັບຈາກທ່ານ ເສີດ ແສນສຸລິນ ເລຂາພັກເມືອງ ເຈົ້າເມືອງເມືອງພຽງ ໃນໂອກາດນີ້, ທ່ານ ນາງ ຕຸ່ນແກ້ວ ກຸມບາສິດ ຫົວໜ້າຫ້ອງການພາຍໃນເມືອງ ໄດ້ລາຍງານກ່ຽວກັບການປັບປຸງກົງຈັກການຈັດຕັ້ງ ແລະ ກຳນົດຕຳແໜ່ງງານຂອງເມືອງພຽງ ໃນໄລຍະຜ່ານມາ

Hits: 7